ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ໄທ​ທົດ​ລອງ​ປືນ​ໃຫຍ່ CS/AH2

     ໜັງສືພິມ​ກອງທັບປະຊາຊົນ ຫວຽດນາມ​ລາຍ​ງານ​ວ່າ: ສະ​ຖາ​ບັນ​ເທັກ​ໂນ​ໂລ​ຊີ​ປ້ອງ​ກັນ​ປະເທດ​ໄທ (DTI) ຫາກໍປະກາດ​ຜົນສຳເລັດ
​ການ​ທົດ​ລອງ​ຍິງ​ປືນ​ໃຫຍ່​ຂະໜາດ 105 ​ມມ CS/AH2. ການ​ທົດ​ລອງ​ຄັ້ງ​ນີ້​ໄດ້​ດຳເນີນ​ຂຶ້ນ​ ໂດຍ​ການ​ຮ່ວມ​ມື​ກັບ​ກອງພັນ​ປືນ​ໃຫຍ່​ໜ້າ
​ດິນ​ຂອງ​ກອງທັບ​ລາດ​ຊະ​ອານາຈັກ​ໄທ, ເຊິ່ງ​ການ​ທົດ​ລອງ​ໄດ້​ຈັດ​ຂຶ້ນ​ຢູ່​ສະໜາມ​ຍິງ​ປືນ​ໃຫຍ່​ເຂດ​ພູ​ພຽງ​ພາກ​ກາງຂອງ​ໄທ.

     ຜົນ​ການ​ທົດ​ລອງ​ເຫັນ​ວ່າ​ປືນ​ໃຫຍ່​ດັ່ງກ່າວ​ໄດ້​ຍິງ​ຢ່າງ​ຖືກ​ເປົ້າ​ໃນ​ພື້ນ​ທີ່​ເນີນ​ສູງ ແລະ ຕ່ຳ. ກະຊວງ​ປ້ອງ​ກັນ​ປະເທດ​ ​ໄທ ​ລະບຸ​ວ່າ: ເມື່ອ​
ປີຜ່ານມາ DTI ໄດ້​ປະກາດ​ໃຫ້​ທຶນ 48 ລ້ານ​ບາດ (ສະກຸນເງິນໄທ) ເພື່ອ​ຄົ້ນຄວ້າ​ ແລະ​ ພັດທະນາ​ຕົວ​ແບບ CS/AH2 ພາຍ​ໃນ​ປະເທດ
​ໂດຍ​ອີງໃສ່​ເຕັກ​ໂນ​ໂລ​ຊີ ​ທີ່​ໂອນ​ຈາກ​ບໍລິສັດ​ປ້ອງ​ກັນ​ປະເທດ ໂປລີ ເຕັກໂນໂລຊີ ຂອງ​ຈີນ, ຄາດ​ວ່າ: CS/AH2 ຈະ​ທົດ​ແທນ​ລະບົບ​ປືນ​ໃຫຍ່​
ທີ່​ມີ​ອາຍຸ​ຫຼາຍ​ປີ ເຊິ່ງ​ລວມ​ມີ 105 ມມ M-425, L119 ແລະ Mod 56 howitzers.

     ນອກ​ນັ້ນປືນ​ໃຫຍ່ CS/AH2 ພ້ອມ​ດ້ວຍ​ລະບົບ​ນຳ​ທິດ inertial ເປັນ​ຕົວ​ກຳນົດ​ເປົ້າ​ໝາຍ ແລະ ໄດ້​ຕິດ​ຕັ້ງ​ຈໍ​ສະແດງ​ຢູ່​ເທິງ​ປືນ​ຄ້າຍຄື​
ກັບ​ປືນ​ໃຫຍ່ Nexter LG1 Mk III 105 ​ມມ ລຸ້ນ​ໃໝ່ 12 ເລົາ​ທີ່​ໄທ​ນຳ​ເຂົ້າ. ນອກຈາກ​ນີ້, ປືນ​ໃຫຍ່​ຍັງ​ມີ​ລະບົບ​ວັດແທກ​ອຸນຫະພູມ​ຂອງ​
ດີນ​ຟ້າ​ອາກາດ ແລະ ເສັ້ນທາງ​ຂອງ​ລູກປືນ, ປືນ​ຕິດ​ຕັ້ງ​ລະບົບ​ຄວບ​ຄຸມ​ດິ​ຈິ​ຕອນ ແລະ ລະບົບ​ປະສານ​ງານ​ດາວ​ທຽມ ​ເພື່ອ​ປັບປຸງ​ຄວາມ​ສາມາດ​
ໃນ​ການ​ໂຈມ​ຕີ​ ໃນ​ທຸກ​ສະພາບ​ອາກາດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/10/2023